TaloOo'z Area

ທຸກຢ່າງ..ທຸກຄວາມຄິດ..ທຸກການກະທໍາ..ທຸກຄວາມຮູ້ສຶກ…ລວມໄວ້ຢູ້ນີ້

ກ່ອນອື່ນກະຂໍມາ update ເລື່ອງການຮຽນກ່ອນເນາະ

ນັກສຶກສາການຢາປື2ທີ່ກໍາລັງຈະຈົບສົກຮຽນ08/09ໃນອີກບໍ່ດົນນີ້ຂໍຈົ່ມແນ່ວ່າຮຽນຍາກກກກກກຫລາຍ ໂດຍສະເພາະ 3-4 ເດືອນສຸດທາຍນີ້ເກືອບວ່າເສັງບາມື້ເລີຍກະວ່າໄດ້ ສຳລັບລູກຫລານໃຜທີ່ຈະໄປຮຽນກະລຸນາຄິດໃຫ້ດີ ບໍ່ແມ່ນຈະເວົ້າໃຫ້ຢ້ານຈົນບໍ່ຢາກຮຽນເດີພຽງແຕ່ຈະເຕືອນໄວ້ໃຫ້ຕຽມໃຈສູ້ກັບການຮຽນແບບໜັກໆ ຖ້າຈະມາຮຽນແບບຫຼິ້ນໆກະລືມໄປໄດ້ເລີຍ

ສ່ວນດີຂອງການຮຽນຄະນະນີ້ກະແມ່ນຄວາມມີລະບຽບແລະຄວາມເຄັ້ມງວດແບບຫຼາຍໆ ທີ່ຈະຟືກໃຫ້ນັກສືກສານິໄສເສຍໄດ້ປ່ຽນນິໄສ ຈາກທີ່ເຄີຍໄດ້ໃຊ້ວິຊາມານມາຫຼາຍກໍ່ຈະໝົດໂອກາດ555

ຈົບການລາຍງານຂ່າວ


ຕາມປົກກະຕິຄົນເຮົາຫ້ນາຈະສາມາດໃຫ້ອະໄພໃຫ້ຄົນທີ່ເຮົາຮັກແລະສະຫນິດໄດ້ງ່າຍກ່ວາຄົນອື່ນ

ຄວາມຈິ່ງ: ເປັນຫຍັງເຮົາຈິ່ງເຮັດບໍ່ຄອຍໄດ້ແລະຍັງຄຽດຫນັກກວ່າຄົນອື່ນອີກ

ເຫດຜົນ: ຍ້ອນວ່າຄົນທີ່ເຮົາຮັກແລະສະຫນິດແມ່ນຄົນທີ່ຮູ້ໃຈແລະຮູ້ຈັກເຮົາຫຼາຍທີ່ສຸດ

ສາເຫດ: ຍ້ອນຄົນໆນັ້ນເອົາເລື່ອງທີ່ເຮົາເສຍໃຈທີ່ສຸດເຊິ່ງລາວກໍ່ຮູ້ຢູ່ເຕັມໆມາເວົ້າເພື່ອແທງໃຈເຮົາເພື່ອ

ເຮັດໃຫ້ເຮົາເຈັບໂດຍຕັ້ງໃຈ

ຂຶ້ນຊື່ວ່າຫມູ່ສະຫນິດໃຈຮ້າຍເທົ່າໃດຄວນຈະເຮັດແບບນີ້ບໍ່? ລາວບອກໃຫ້ໆອະໄພໃຫ້ກັບມາເປັນຄືເກົ່າ ແຕ່ເຮົາເຮັດບໍ່ໄດ້ ຜິດຫຼາຍບໍ່? ລະ:ຮົາຄວນຈະເຮັດແນວໃດຕໍ່ໄປນໍາ”ຫມູ່ສະຫນິດ”ຄົນນີ້?!?


Making up my mind…

10 23rd, 2008

ດຽວນີ້ບ້າອ່ານປຶ້ມມີປຶ້ມບັກດີໆຫຼາຍໆໃຫ້ອ່ານຫ້ນາເສຍດາຍແຕ່ວ່າບໍ່ມີເວລາອ່ານ…ບາງຫົວກະໃຫ້ແນວຄິດທີ່ດີຫຼາຍຍຍຍ ແບບທີ່ເຮົາບໍ່ເຄີຍຄິດມາກ່ອນດັງນັ້ນຫວ່າງຍາມໃດກະຊອກປຶ້ມມາອ່ານເດີທຸກຄົນນນນນນນນນ ໂດຍສ່ວນໂຕແລ້ວມັກອ່ານປຶ້ມກ່ຽວກັບຊີວິດຫຼືການດໍາລົງຊີວິດ ບາງຄົນກະມັກອ່ານເລື່ອງຄວາມຮັກແຕ່ເຮົາບໍ່ມັກເພາະຮູ້ສຶກວ່າມັນງົມງາຍເພາະໃນຊີວິດ

ກະບໍ່ແມ່ນວ່າຈະມີແຕ່ຄວາມຮັກ(ແບບບ່າວສາວ)ຢ່າງດຽວ ບໍ່ມີມັນເຮົາກະຢູ່ໄດ້ດດດດດ ເລື່ອງໃນຊີວິດກະມີໃຫ້ຄິດຕັ້ງບັກຫຼາຍໆເນ໋າະແຮະໆໆໆໆໆໆ


Just some thoughts…

10 20th, 2008

I WILL BE WHAT I NEVER USED TO BE!!!! Remember that!!! I got no Heart and I can’t feel ANYTHING!!! Stay away from me if U don’t want to be HURTED…I’m not an ANGEL…

I told U that the Weak Girl is GONE she won’t come back…she must disappear forever…

…she won’t survive for what she is…

What remains from her is Nothing…a body without soul…a heart without feelings…

I HATE myself for what I AM !!!!!!!!!!!!!


*ຕອນນີ້ເຮົາຄືຄົນທີ່ລົ້ມແລ້ວລຸກບໍ່ຂຶ້ນ ໄດ້ແຕ່ນັ່ງແບບເຈັບໂຕແລະກໍ່ສັບສົນວ່າຈະເອົາແນວໃດດີກັບໂຕເອງ ຍາກຈະລຸກຂຶ້ນຍ່າງຕໍ່ແຕ່ກໍ່ບໍ່ມີແຮງ ບໍ່ຮູ້ຈະລຸກຂຶ້ນມາເຮັດຫັຍງຖ້າຍັງເຈັບຢູ່ ຈະນັ່ງຢູ່ນີ້ແຫລະ ຈົນຈະຮູ້ວ່າ ຈະລຸກຂຶ້ນຍ່າງຕໍ່ເທິງເສັ້ນທາງແຫ່ງຊີວິດນີ້ແນວໃດ  

*ການທີ່ເຮັດໃຫ້ຄົນອື່ນເຈັບໂດຍຕັ່ງໃຈຖືວ່າເປັນການກະທໍາທີ່ໃຫ້ອະໄພບໍ່ໄດ້!

*ຄວາມສຸກເລີ່ມຈາກການຮັກໂຕເອງ ຖ້າໂຕເອງບໍ່ມີຄວາມສຸກແຕ່ໄປເຮັດໃຫ້ຄົນອື່ນມີຄວາມສຸກ ກໍ່ຈະບໍ່ມີຄວາມຫມາຍ(ສໍາລັບໂຕເອງ)